ແຈ້ງການເພີ່ມເຕີມສຳລັບການຕີພິມໃນວາລະສານ JLSTE ສະບັບທີ 2 ເດືອນ ກັນຍາ (9) ປີ 2025

2025-04-01

ແຈ້ງເຖິງນັກຄົ້ນຄວ້າທັງພາຍໃນ ແລະ ຕ່າງປະເທດ

ຜູ້ບໍລິຫານວາລະສານ ຄົ້ນຄວ້າວິທະຍາສາດ ແລະ ການສຶກສາຄູ (Journal of Science and Teacher Education (JLSTE) ມີຄວາມຍິນດີແຈ້ງໃຫ້ທ່ານຊາບວ່າ ພວກເຮົາຈະໄດ້ປີດຮັບບົດຄົ້ນຄວ້າທີ່ຈະຕີພິມໃນສະບັບທີ 2 ເດືອນ ກັນຍາ (9) 2025. ບົດຄົ້ນຄວ້າທີ່ສົ່ງຫຼັງວັນທີ 20 ເດືອນ ກັນຍາ (8) ປີ 2025 ແມ່ນຈະຖືກພິຈາລະນາລົງວາລະສານສະບັບຖັດໄປ ໃນເດືອນ ມີນາ (3) ປີ 2026. ຖ້ານັກຄົ້ນຄວ້າທ່ານໃດມີຈຸດປະສົງຈະສົ່ງບົດຕີພິມນຳພວກເຮົາ ທ່ານສາມາດເຂົ້າໄປດາວໂຫຼດເອົາຮ່າງວາລະສານ ແລະ ສາມາດສົ່ງບົດຄວາມທາງເວັບໄຊທ໌ໄດ້ເລີຍ. ຖ້າທ່ານພົບຄວາມຫຍຸ້ງຍາກໃນການສົ່ງທາງອອນລາຍນ໌ ທ່ານສາມາດປະສານຫາໄດ້ທີ່ເບີໂທ ແລະ ວອດແອັບ 02028664455. ຂໍຂອບໃຈ